ກ່ຽວກັບແຂວງຫົວພັນ

Houaphan TODAY - ຫົວພັນ ວັນນີ້ : ກ່ຽວກັບແຂວງ ຫົວພັນ

ກ່ຽວກັບແຂວງ ຫົວພັນ

 >>>>>> ຄຳຂ້ວນປະຈຳແຂວງ ຫົວພັນ <<<<<<
 ແຂວງ ຫົວພັນ ງົດງານມພູຜາ ນ້ຳມ້າສ່ອງໃສ ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້ ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ
----------------------------------------------------------------------------------- 
ປະຫວັດແຂວງ ຫົວພັນ
 ແຂວງ ຫົວພັນ (ຊື່ພາສາອັງກິດ: Houaphan) ແມ່ນແຂວງ ໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງພາກເໜືອ ຢູ່ທິດຕະເວັນອອກສຽງເໜືອຂອງແຂວງ ຊຽງຂວາງ ປະຫວັດສາດ ຂອງສອງແຂວງນີ້ມີຄວາມຄ້າຍຄືກັນ ພູມີປະເທດເປັນພູເຂົາສະຫລັບຊັບຊ້ອນ ພື້ນທີ່ ສ່ວນໃຫຍ່ເປັນປ່າໄມ້ ອາກາດຄ່ອນຂ້າງໜາວ ປະກອບດ້ວຍຊົມກຸ່ມນ້ອຍກວ່າ 20 ເຜົ່າ ໄດ້ແກ່: ລາວລຸ່ມ, ໄທຂາວ, ໄທແດງ, ໄທເໜືອ, ໄທນ້ອຍ, ມົ້ງ, ຂະໝຸ ຯລຯ ສ່ວນໃຫຍ່ໃຊ້ພາສາຕະກູນພາສາ ລາວ -ໄຕ.
------------------------------------------------------------------------------------

ສະພາບທີ່ຕັ້ງລັກສະນະພູມສັນຖານ ແຂວງ ຫົວພັນ

  • ທິດຕາເວັນອອກ ແລະ ທິດເໜືອ ຕິດກັບ ສ.ສ ຫວຽດນາມ
  • ທິດໃຕ້ ຕິດກັບ ແຂວງ ຊຽງຂວາງ
  • ທິດຕາເວັນຕົກ ຕິດກັບ ແຂວງ ຫລວງພະບາງ
> ເມືອງເອກຂອງແຂວງ: ເມືອງຊຳເໜືອ ທີ່ຕັ້ງ: ທິດເໜືອ ແລະ ຕາເວັນອອກສ່ຽງໃຕ້ຕິດກັບ ສສ ຫວຽດນາມ, ທິດຕາເວັນ ຕົກສ່ຽງໃຕ້ ຕິດກັບແຂວງ ຊຽງຂວາງ ແລະ ທິດຕາເວັນຕົກ ຕິດກັບແຂວງ ຫຼວງພະບາງ.

> ເນື້ອທີ່: 16.500 ຕາຕະລາງກິໂລແມດ. ພົນລະເມືອງ: ແຂວງຫົວພັນ ມີພົນລະເມືອງ 280.000 ຄົນ ແລະ 27 ຊົນເຜົ່າ. ເມືອງຕ່າງໆ: ເມືອງຊຳເໜືອ, ຊຽງຄໍ້, ວຽງທອງ, ວຽງໄຊ, ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງ ກວ່ນ,
ເມືອງຊົບບາວ ແລະ ເມືອງແອດ.

> ແຂວງ ຫົວພັນ ເປັນແຂວງພູດອຍຊຶ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ. ແຂວງຫົວພັນ ເປັນແຂວງມີສະພາບແວດລ້ອມທຳມະຊາດງົດງາມ ເຊັ່ນ: ພູ, ແມ່ນ້ຳ, ນ້ຳຕົກ, ປ່າໄມ້, ຖ້ຳຫຼາຍແຫ່ງ ແລະ ຫີນຕັ້ງ.

> ຈຳນວນ 9 ເມືອງຂອງແຂວງ ຫົວພັນ, ເມືອງວຽງໄຊ ເປັນເມືອງທີ່ມີຖ້ຳຫຼາຍແຫ່ງຊຶ່ງ ຝ່າຍປະເທດລາວນຳໃຊ້ເປັນຖານກອງບັນຊາການທະຫານໃນການເຄື່ອນໄຫວປະຕິວັດ ໃນລະຫວ່າງ ສົງຄາມອິນດູຈີນ. ຖ້ຳຕ່າງໆຢູ່ເມືອງວຽງໄຊ ສາມາດບັນຈຸ ຄົນໄດ້ປະມານ 20.000 ຄົນ.

> ນ້ຳແອດພູເລີຍເປັນພື້ນທີ່ປົກປ້ອງທີ່ໃຫຍ່ທີ່ສຸດໃນປະເທດລາວ, ເປັນພື້ນທີ່ມີຄວາມ ຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ກໍເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ອີກດ້ວຍ.

> ຊົນເຜົ່າຕ່າງໆ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ມີຫຼາຍຊົນເຜົ່າທີ່ສຸດໃນປະເທດລາວ. ຊົນເຜົ່າຕ່າງໆ ມີທັງໝົດ 27 ຊົນເຜົ່າ ອາໄສຢູ່ແຂວງນີ້.

> ແຜ່ນແພທີ່ເປັນເອກະລັກຂອງຊົນເຜົ່າ: ເມືອງຊຳໃຕ້ຊຶ່ງຮູ້ກັນວ່າ ເປັນເມືອງທີ່ຜະລິດ ຜ້າໄໝ ແລະ ຝ້າຍທີ່ມີຄຸນນະ ພາບສູງ. ເຂົາເຈົ້າໃຊ້ສີທຳມະຊາດໃນການຍ້ອມຜ້າ, ການອອກແບບ ແລະ ການຕ່ຳຜ້າແບບພື້ນເມືອງ.
> ແຂວງ ຫົວພັນ ມີແຫລ່ງທ່ອງທ່ຽວປະຫວັດສາດ 50 ແຫ່ງ, ແຫລ່ງທ່ອງທ່ຽວວັດ ທະນະທຳສັງຄົມ 31 ແຫ່ງ.
-----------------------------------------------------------------------------------------------------------------

ແຂວງຫົວພັນ ສະຖານທີ່ໝັ້ນ ປະຫັວດສາດ ແລະ ແຫລ່ງທອງທ່ຽວທີ່ໜ້າປະທັບໃຈ

-----------------------------------------------------------------

 ແຂວງ ຫົວພັນ ເປັນ ແຂວງຫນຶ່ງ ຕັ້ງຢູ່ ທາງພາກເຫນືອ ຂອງປະເທດ ລາວເຮົາ, ຫ່າງຈາກນະຄອນ ຫລວງວຽງຈັນ ປະມານ 650 ກິໂລແມັດ, ມີເນື້ອທີ່ ທັງຫມົດ 16.500 ກິໂລຕາແມັດ; ເປັນ ແຂວງ ທີ່ພູມິປະເທດ ສ່ວນໃຫຍ່ເປັນພູດອຍ ເຕັມໄປດ້ວຍພູ ຜາປ່າໄມ້, ຫ້ວຍນ້ຳ ລຳເຊ ອັນອຸດົມ ສົມບູນ ແຂວງຫົວພັນ ປະກອບ ດ້ວຍ  9 ເມືອງ : ເມືອງ ຊຳເຫນືອ, ເມືອງ ຊຳໃຕ້, ເມືອງ ວຽງໄຊ,   ເມືອງ ສົບເບົາ, ເມືອງ ຊຽງຄໍ້, ເມືອງ ແອດ,  ຫົວເມືອງ, ເມືອງວຽງທອງ ແລະ ເມືອງ ກວ່ນ ມີປະຊາກອນອາ ໄສຢູ່ຈຳນວນ 280,000  ຄົນ, ຍິງ 141.287  ຄົນປະກອບດ້ວຍ ຫລາຍ ຊົນເຜົ່າ: ເຜົ່າລາວລຸ່ມ ກວມ ອັດຕາສ່ວນ 64%, ເຜົ່າມົ້ງ 23%, ເຜົ້າກຶມມຸ 10%, ແລະເຜົ່າອື່ນໆ 4%

 ອາຊີບຕົ້ນ ຕໍຂອງປະຊາຊົນ ແຂວງຫົວພັນ ແມ່ນການປູກຝັງ, ລ້ຽງສັດ, ເຮັດໄຮ່, ເຮັດນາ ແລະ ທຳ ການ  ຄ້າຂາຍ.ດິນແຖບນີ້  ແຕ່ກ່ອນກໍ່ ເຄີຍມີຄົນອາໄສຢູ່ ມາດົນນານ ແລ້ວ ສິ່ງທີ່ຢັ້ງຢືນ ໄດ້ແມ່ນ ຊາກກະດູກ ຄົນບູຮານ ທີ່ຍັງເຫລືອຮ່ອງຮອຍ ຈຳນວນຫນຶ່ງໄວ້ຢູ່ ບົນດິນແດນແຫ່ງນີ້. ໃນປີ 1936 ນັກວັດ ຖຸບູຮານຄົນຝຣັ່ງ 2 ຄົນຊື່
ໂຊແຣງແລະໂຟຣມາແຊ່ ໄດ້ມາຂຸດ ຄົ້ນຖ້ຳປ່ອງ (ຖ້ຳຮາງ) ທີ່ເມືອງ ວຽງທອງ, ໄດ້ພົບເຫັນໂຄງກະດູກ ມະນຸດທີ່ທີ່ເກົ່າ ແກ່ອີກບ່ອນຫນຶ່ງທີ່ໄດ້ພົບເຫັນໃນຂົງ ເຂດ ອິນ ດູຈີນ. ນອກ ຈາກນັ້ນ ກໍ່ມີຫີນ ຕັ້ງຢູ່ເມືອງຫົວເມືອງ ເຊິ່ງສັນນິຖານວ່າ ເປັນສຸສານ ຂອງຄົນ ສະໄຫມບູ ຮານ  ຫລື ຫີນ ທີ່ຄ້າຍ ຄື ຫີນຕັ້ງ ຢູ່ວຽງ ພູແຄ ເມືອງ ຊຳໃຕ້. ຄົນ ບູຮານຢູ່ແຂວງ ຫົວພັນທຳ ອິດສັນນິຖານ ວ່າແມ່ນ     ເຜົ່າເຍຶ້ອຍ.  ນັກວັດ ຖຸບູຮານ ສັນນິຖານວ່າ ເຜົ່າເຍຶ້ອຍນີ້ ແມ່ນ ຜູ້ສ້າງ ຫີນຕັ້ງ ແຕ່ຍັງ ບໍ່ທັນ ມີຫລັກຖານແນ່ນອນ.ສຳລັບໃນເທດສະບານ ເມືອງ ຊຳເຫນືອ ມີທິວທັດ ທຳມະຊາດ ທີ່ສວຍງາມ ອ້ອມຮອບໄປດ້ວຍ ສາຍພູ, ໃນຕົວເມືອງ ມີສາຍທາງທີ່ກໍ່ສ້າງໄດ້ມາດ ຕະຖານ, ສອງຝາກທາງ ປະກອບ ໄປດ້ວຍຕຶກ ອາຄານ ບ້ານ ເຮືອນ, ສຳນັກງານຂະແຫນງການ ຕ່າງໆ. ມີຕະຫລາດຫ້າງຮ້ານ ຂາຍເຄື່ອງ, ມີ ໂຮງຫມໍ, ໂຮງຮຽນ ແລະ ວັດວາ ອາຮາມຕ່າງໆ.

> ກ່າວກັນວ່າ ແຕ່ກ່ອນຊຳເຫນືອເປັນພຽງບ້ານ ນ້ອຍແຫ່ງຫນຶ່ງເອີ້ນ ກັນວ່າ ”ບ້ານບວມສົມ” ເນື່ອງຈາກວ່າ ເປັນບວມ ໄມ້ສົມ ຕໍ່ມາກໍ່ເອີ້ນວ່າເມືອງຊຳຕາມຊື່ຂອງ ແມ່ນ້ຳຊຳ ໄຫລຜ່ານ ສ່ວນບ້ານຢູ່ແຖວແມ່ນ້ຳຊຳຕອນເຫນືອ ເອີ້ນວ່າ "ຊຳເຫນືອ" ສ່ວນບ້ານ ທີ່ຢູ່ນ້ຳຊຳຕອນໃຕ້ ກໍ່ເອີ້ນວ່າ “ບ້ານຊຳໃຕ້”. 

-----------------------------------------------

ແຂວງ ຫົວພັນ ນອກຈາກຈະມີປະຫວັດທີ່ເກົ່າແກ່ແລ້ວ, ຍັງມີປະຫວັດຄວາມ ເປັນມາອັນຍາວນານ ຕິດພັນກັບປະ ຫວັດສາດມູນເຊື້ອແຫ່ງການຕໍ່ສູ້ປະຕິວັດ ປະຊາຊົນໃນ ແຂວງ ຫົວພັນ ມີຄວາມສະຫມານສາມັກຄີອັນຫນຽວ ແຫນ້ນ, ມີວັດທະນະທຳຂະ ນົບທຳນຽມ ປະເພນີ ອັນດີ ງາມ,  ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ມີນ້ຳໃຈ ຕໍ່ສູ້ອັນເດັດດ່ຽວຫນຽວ ແຫນ້ນ. ຖືເປັນດິນ ແດນທີ່ຫລໍ່ຫລອມ ນັກຮົບປະຕິວັດ ບໍ່ຈັກວ່າ ເທົ່າໃດ ຄົນມາແລ້ວ ພາຍໃຕ້ ການນຳພາ ຂອງພັກທີ່ ກຳລັງປະຕິວັດ ໄດ້ຂະ ຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ຈົນສາມາດປົດປ່ອຍແຂວງອອກຈາກການຄອບງຳ ຂອງຈັກກະພັດ ຈາກນັ້ນສູນກາງ ກໍ່ຖືເອົາແຂວງ ຊຳເຫນືອ ເປັນບ່ອນ ທົດສອບທຸກແນວທາງ ນະໂຍບາຍຂອງພັກ ເພື່ອສັງລວມ ບົດຮຽນ ໃນການ ຊີ້ນຳ ທົ່ວປະເທດ. ສະນັ້ນ ເຂດປົດປ່ອຍຈິ່ງ ຂະຫຍາຍ ແລະ ເປີດກວ້າງໃນທຸກຂົງເຂດວຽກງານ ເຊັ່ນ: ວຽກງານ ກໍ່ສ້າງຮາກຖານເສດຖະ ກິດ-ສັງຄົມເຊິ່ງທັງຫມົດ ນັ້ນແມ່ນຜົນງານ ແລະ ກຽດສັກ ສີ, ຄຸນງາມຄວາມດີ ທີ່ປະຊາຊົນບັນດາເຜົ່າຊາວແຂວງ ຫົວພັນ ຍາດມາໄດ້. ນັບແຕ່ປະ ເທດ ລາວໄດ້ຮັບການ ປົດປ່ອຍມາຮອດປະຈຸບັນແຂວງຫົວພັນ ກໍ່ໄດ້ສືບຕໍ່ພັດທະນາ ມາຢ່າງບໍ່ຢຸດຢັ້ງໂດຍຖື ເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອສ້າງເງື່ອນ ໄຂໃຫ້ ແຂວງຫົວພັນ ມີຄວາມສະຫງົບ ແລະ ຖືເອົາວຽກງານປູກຝັງ-ລ້ຽງສັດ ແລະ ການຄ້າຂາຍ ເພື່ອສ້າງ ຄວາມຮັ່ງມີ ແລະ ເຂັ້ມແຂງທາງ ດ້ານ ເສດ ຖະກິດເຮັດໃຫ້ບ້ານ ເມືອງມີຄວາມ ຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນ ມີຊີວິດການເປັນຢູ່ທີ່ອີ່ມຫນຳສຳລານ. ຊີວິດວັດທະນະທຳ ຂອງຊາວແຂວງ ຫົວພັນ ມີຫລາຍຢ່າງທີ່ຫນ້າສົນໃຈເມື່ອເຫັນແລ້ວອາດຮູ້ສຶກປະທັບໃຈ.

 >> ດ້ວຍຈຸດພິເສດ ຂອງວາດຊົງແບບ ແຜນການດຳລົງຊີວິດ ທີ່ນິ້ມນວນ ອ່ອນຫວານ ໂດຍພື້ນຖານຮີດຄອງປະເພນີ ວັດທະນະທຳຂອງປະຊາຊົນ ບັນດາເຜົ່າທີ່ເປັນເອກະລັກ ສະເພາະແບບພື້ນເມືອງຂອງແຂວງ ບໍ່ວ່າປະເພນີ ການເຮັດບຸນສິນກິນທານ, ປະເພນີ ການນຸ່ງຖື ແລະ ພິເສດແມ່ນການຂັບ ຊຳເຫນືອ ທີ່ເປັນເອກະລັກສະເພາະປະຈຳແຂວງ ຫົວພັນ ຕະຫລອດຮອດອາຫານການກິນເຊັ່ນ: ຫນັງຍຳ, ແຈ່ວປາບ້ຳ, ເຊິ່ງເປັນ ອາຫານພື້ນເມືອງທີ່ໃຜໆມາເຖິງ ຖິ່ນຊຳເຫນືອ ກໍ່ຕ້ອງໄດ້ຊອກຫາ ຊື້ນຳເພື່ອເປັນຂອງ ຕ້ອນຂອງຝາກໃຫ້ແກ່ຄອບຄົວ ຫລື ຍາດ ຕິພີ່ນ້ອງຂອງຕົນ .

 

 

 

No comments:

Post a Comment

ກ່ຽວກັບແຂວງຫົວພັນ

Provinces ...