ທີຢູ່

ສະພາບທີ່ຕັ້ງລັກສະນະພູມສັນຖານ ແຂວງ ຫົວພັນ

  • ທິດຕາເວັນອອກ ແລະ ທິດເໜືອ ຕິດກັບ ສ.ສ ຫວຽດນາມ
  • ທິດໃຕ້ ຕິດກັບ ແຂວງ ຊຽງຂວາງ
  • ທິດຕາເວັນຕົກ ຕິດກັບ ແຂວງ ຫລວງພະບາງ
ເມືອງເອກຂອງແຂວງ: ເມືອງຊຳເໜືອ ທີ່ຕັ້ງ: ທິດເໜືອ ແລະ ຕາເວັນອອກສ່ຽງໃຕ້ຕິດກັບ ສສ ຫວຽດນາມ, ທິດຕາເວັນ ຕົກສ່ຽງໃຕ້ ຕິດກັບແຂວງ ຊຽງຂວາງ ແລະ ທິດຕາເວັນຕົກ ຕິດກັບແຂວງ ຫຼວງພະບາງ.

> ເນື້ອທີ່: 16.500 ຕາຕະລາງກິໂລແມດ. ພົນລະເມືອງ: ແຂວງຫົວພັນ ມີພົນລະເມືອງ 280.000 ຄົນ ແລະ 27 ຊົນເຜົ່າ. ເມືອງຕ່າງໆ: ເມືອງຊຳເໜືອ, ຊຽງຄໍ້, ວຽງທອງ, ວຽງໄຊ, ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງ ກວ່ນ,
ເມືອງຊົບບາວ ແລະ ເມືອງແອດ.

> ແຂວງ ຫົວພັນ ເປັນແຂວງພູດອຍຊຶ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ. ແຂວງຫົວພັນ ເປັນແຂວງມີສະພາບແວດລ້ອມທຳມະຊາດງົດງາມ ເຊັ່ນ: ພູ, ແມ່ນ້ຳ, ນ້ຳຕົກ, ປ່າໄມ້, ຖ້ຳຫຼາຍແຫ່ງ ແລະ ຫີນຕັ້ງ.

> ຈຳນວນ 9 ເມືອງຂອງແຂວງ ຫົວພັນ, ເມືອງວຽງໄຊ ເປັນເມືອງທີ່ມີຖ້ຳຫຼາຍແຫ່ງຊຶ່ງ ຝ່າຍປະເທດລາວນຳໃຊ້ເປັນຖານກອງບັນຊາການທະຫານໃນການເຄື່ອນໄຫວປະຕິວັດ ໃນລະຫວ່າງ ສົງຄາມອິນດູຈີນ. ຖ້ຳຕ່າງໆຢູ່ເມືອງວຽງໄຊ ສາມາດບັນຈຸ ຄົນໄດ້ປະມານ 20.000 ຄົນ.

> ນ້ຳແອດພູເລີຍເປັນພື້ນທີ່ປົກປ້ອງທີ່ໃຫຍ່ທີ່ສຸດໃນປະເທດລາວ, ເປັນພື້ນທີ່ມີຄວາມ ຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ກໍເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ອີກດ້ວຍ.

> ຊົນເຜົ່າຕ່າງໆ: ແຂວງຫົວພັນ ເປັນແຂວງໜຶ່ງທີ່ມີຫຼາຍຊົນເຜົ່າທີ່ສຸດໃນປະເທດລາວ. ຊົນເຜົ່າຕ່າງໆ ມີທັງໝົດ 27 ຊົນເຜົ່າ ອາໄສຢູ່ແຂວງນີ້.

> ແຜ່ນແພທີ່ເປັນເອກະລັກຂອງຊົນເຜົ່າ: ເມືອງຊຳໃຕ້ຊຶ່ງຮູ້ກັນວ່າ ເປັນເມືອງທີ່ຜະລິດ ຜ້າໄໝ ແລະ ຝ້າຍທີ່ມີຄຸນນະ ພາບສູງ. ເຂົາເຈົ້າໃຊ້ສີທຳມະຊາດໃນການຍ້ອມຜ້າ, ການອອກແບບ ແລະ ການຕ່ຳຜ້າແບບພື້ນເມືອງ.
ແຂວງ ຫົວພັນ ມີແຫລ່ງທ່ອງທ່ຽວປະຫວັດສາດ 50 ແຫ່ງ, ແຫລ່ງທ່ອງທ່ຽວວັດ ທະນະທຳສັງຄົມ 31 ແຫ່ງ.
----------------------------------------------------------------------------------

No comments:

Post a Comment

ກ່ຽວກັບແຂວງຫົວພັນ

Provinces ...