ແຫຼ່ງທ່ອງທ່ຽວ

Houaphan TODAY - ຫົວພັນ ວັນນີ້ : ສະຖານທີ່ທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວ

>>ເມືອງ ຊຳເໜືອ ເປັນເມືອງເອກ ຂອງ ແຂວງ ຫົວພັນ ມີຊາຍແດນຕິດກັບ ຫວຽດນາມ ຕັ້ງຢູ່ທ່າມກາງຮ່ອມພູອັນ ຂຽວຂະຈີ ທີ່ຄວາມສູງ 1,200 ແມັດ ເປັນເມືອງທີ່ມີວິວທິວທັດທີ່ສວຍງາມຕະ ຫລາດໃນເມືອງຍາມເຊົ້າຈະມີຊາວເຜົ່າ ຕ່າງໆ ອອກມາຍ່າງຊື້ເຄື່ອງບ່ອນນີ້ເປັນ ຕະຫລາດໃຫຍ່ທີ່ສຸດໃນເຂດນີ້ມີສິນຄ້າ ໃຫ້ເລືອກຫລາກຫລາຍທັງອາຫານສົດ, ອາຫານແຫ້ງ ຈາກຈີນ, ຫວຽດນາມ ແລະ ໄທ ຜ້າຕ່ຳມືຊຶ່ງເປັນສິນຄ້າທີ່ມີຊື່ສຽງຂອງລາວທີ່ສົ່ງໄປຂາຍຫລວງພະບາງ ແລະ ນະຄອນຫຼວງ ວຽງຈັນ ມີລວດລາຍທີ່ປານີດສວຍງາມ.

- ສວນແກ້ວຫຼັກເມືອງ : ຕັ້ງ​ຢູ່​ໃຈກາງ​ເທດສະບານ ​ເມືອງຊຳເໜືອ ຕະຫຼອດໄລຍະແຫ່ງວິລະກຳການຕໍ່ສູ້ ອັນຍືດເຍື້ອຍາວນານ ຂອງປະຊາຊົນບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດນັ້ນ ແຂວງຫົວພັນ ໄດ້ເປັນບ່ອນເຕົ້າໂຮມ ຂອງຝ່າຍກຳລັງຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າ ດຳ​ເນີນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ ຢ່າງ​ລະ​ອິດ​ລະ​ອ້ຽວ ​ແລະ ຍືດ​ເຍື້ອຍາວ​ນານ-ຕະຫຼອດ​ໄລຍະ 30 ກວ່າປີ​ ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ສຳ​ເລັດ​ລົງ ດ້ວຍການຢຶດອຳນາດ ຢ່າງມະຫັດສະຈັນ ໃນວັນ​ທີ 2 ທັນວາ 1975​ ເປີດ​ສັງກາດ​ໃໝ່ ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ກ້າວ​ສູ່​ໂສມ​ໜ້າ​ໃໝ່​ ທີ່​ນັບ​ມື້​ຈະ​ເລີ​ນຮຸ່ງ​ເຮືອງ. ສະ​ນັ້ນ, ​ແຂວງ​ຫົວພັນ ຈຶ່ງ​ສົມ​ຊື່​ລື​ນາມ​ວ່າ: ​ເປັນ​ບ່ອນ​ໃຫ້​ກຳ​ເນີດ ​ແລະ ຂະຫຍາຍຕົວ​ຂອງ​ພັກ, ​ເປັນ​ບ່ອນ​ກຳ​ເນີດ​ຂອງ​ການ​ປະຕິວັດ, ​ເປັນ​ແຂວງ​ວິລະ​ຊົນ​ແຫ່ງ​ຊາດ ​ແລະ ​ເປັນ​ແວ່ນ​ແຍງ ​ທີ່​ແຈ່ມ​ໃສ​ໃຫ້​ແກ່​ທົ່ວ​ປະ​ເທດ. ​ດັ່ງ​ບົດ​ເພັງ​ສັນລະ​ເສີນ​ແຂວງ​ຫົວພັນ​ ບາງ​ຕອນ​ກ່າວ​ວ່າ: “ຊຳ​ເໜືອ​ເປັນ​ໜ່ວຍ​ແກ້ວ​ດວງ​ປະ​ເສີດ​ເມືອງ​ລາວ…..”​ເພື່ອ​ເຮັດ​ໃຫ້​ຊື່​ສຽງ, ກຽດ​ສັກ​ສີ ​ແລະ ມູນ​ເຊື້ອ​ປະຕິວັດ ​ທີ່​ຊາວ​ແຂ​ວງຫົວພັນ ​ໄດ້​ສ້າງ​ມາ​ໃຫ້​ກາຍ​ເປັນຄວາມ​ຈິງ ອອກ​ສູ່​ສາຍຕາ​ຂອງ​ຊາວ​ໂລກ​ນັ້ນ. ອົງຄະ​ນະ​ພັກ-ອຳນາດ​ການ​ປົກຄອງ​ແຂວງ​ຫົວພັນ ຈຶ່ງ​ໄດ້​ຕົກລົງ​ກໍ່ສ້າງ​ ສວນ​ແກ້ວ​ຫຼັກ​ເມືອງ​ຂຶ້ນ​ ໃນ​ວັນ​ທີ່ 24/9/2007 ​ແລະ ​ໄດ້​ສຳ​ເລັດ​ວັນ​ທີ 17/5/2008​. ປະຈຸ​ບັນສວນ​ແກ້ວ​ຫຼັກ​ເມືອງ​ ໄດ້​ກາຍ​ເປັນ​ສະຖານ​ທີ່​ ທີ່​ສັກສິດ ​ດ້ວຍ 4 ສັດຈະ​ທໍາ ​ຢູ່​ເສົາ​ໜ່ວຍ​ແກ້ວ​ຫຼັກ​ເມືອງ ​ແລະ ກາຍ​ເປັນ​ສະຖານ​ທີ່​ແຫຼ່ງທ່ອງ​ທ່ຽວ ​ທີ່​ສຳຄັນ​ຂອງ​ແຂວງ​ຫົວພັນ.

- ວັດໂພໄຊນາລາມ : ຖັດຈາກຕະຫລາດກາງເມືອງມາປະມານ 2 ກິໂລແມັດ ຈະເຖິງວັດ ໂພໄຊນາລາມນັບເປັນສະຖານທີ່ສຳຄັນທາງສາດສະຫນາພຽງແຫ່ງດຽວຂອງເມືອງ ສ້າງ ເມື່ອປີ ຄ.ສ 1979 - 1987 ສ່ວນທາງທິດຕະເວັນຕົກສຽງເໜືອຂອງຕົວເມືອງເປັນທີ່ຕັ້ງ ຂອງອະນຸສາວະລີເສລີພາບສ້າງຂຶ້ນມາເພື່ອສະຫລອງເອກະລາດໃນປີ ຄ.ສ 1979 ເປັນ ຮູບດາວແດງຕັ້ງຢູ່ເທິງພູເຂົາເປັນຈຸດທີ່ສາມາດຊົມວິວທິວທັດຂອງເມືອງ ຊຳເໜືອ ທ່ານສາມາດເດີນທາງດ້ວຍລົດ​ໃຫ່ຍ ແລະ ລົດຈັກ ​ກໍ່​ເຂົ້າ​ເຖີງໄດ້ ຫຼື ຈະຍ່າງໄປກໍ່​ສະດວກເຊັ່ນກັນ.
- ນ້ຳຕົກຕາດສະເຫຼີ້ຍ : ຕາດສະເຫຼີ້ຍ ຕັ້ງຢູ່ລະຫວ່າງທາງຜ່ານ ບ້ານສະເຫຼີ້ຍ ແລະ ບ້ານໂພນໄຊ ເສັ້ນທາງເລກ 6 ຊໍາເໜືອ ຫາ ຊຽງຂວາງ, ຫ່າງຈາກເທດສະບານແຂວງ 36 ກິໂລແມັດ. ນໍ້າຕົກຕາດສະເຫຼີ້ຍ ມີລັກສະນະເນີນ ທີ່ບໍ່ສູງປານໃດ ແຕ່ມີຄວາມຍາວ ປະມານ 100 ກວ່າແມັດ, ບ່ອນກວ້າງສຸດປະມານ 10 ແມັດ. ລົດໃຫຍ່, ລົດຈັກ ສາມາດເຂົ້າເຖິງໄດ້ສະດວກ, ມີຫ້ອງນ້ຳ, ມີຮ້ານອາຫານ ແລະ ມີຂົວອູ່ ຢູ່ຕິດຕີນຕາດ ແລະ ຫົວຕາດ ສາມາດຍ່າງຂ້າມໄປມາໄດ້.
- ບ້ານສະເຫຼີ້ຍ : ຕັ້ງຢູ່ທີ່ກິໂລແມັດທີ 38 ຫ່າງຈາກເທດສະບານແຂວງ. ເປັນບ້ານເຜົ່າລາວຟ້ອງ, ຖືສາສະໜາພຸດ, ເອື້ອຍນ້ອງແມ່ຍິງມີຊື່ສຽງ ແລະ ມີສີໄມ້ລາຍມື ໃນການຕ່ຳຫູກ ເປັນຕົ້ນ: ຕ່ຳສິ້ນໝີ່, ຜ້າພັນຄໍ, ຜ້າເຊີງ ແລະ ຕີນສິ້ນ. ມີທາງລົດຜ່ານບ້ານ ສະດວກສະບາຍໃນການໄປມາ.
- ບ້ານຫັດຖະກຳຕ່ຳຫູກ ບ້ານນາສະລາ : ບ້ານນາສະລາ ຕັ້ງຢູ່ລຽບສາຍທາງເລກ 6 ຫ່າງຈາກເທດສະບານແຂວງ ປະມານ 40 ກິໂລແມັດ. ເປັນບ້ານເຜົ່າລາວລຸ່ມ, ຖືສາສະໜາພຸດ, ເອື້ອຍນ້ອງແມ່ຍິງ ມີມູນເຊື້ອ ແລະ ສີໄມ້ລາຍມື ໃນການຕ່ຳຫູກ ເປັນຕົ້ນ ການຕ່ຳສິ້ນໝີ່, ນອກຈາກນັ້ນ ຍັງເປັນບ້ານທີ່ມີຊື່ສຽງ ໃນການຜະລິດເຫຼົ້າຂາວ. ການເຂົ້າເຖິງບ້ານສະດວກ ໄດ້ທັງລົດໃຫຍ່ ແລະ ລົດຈັກ.
- ບໍ່ນ້ຳອຸ່ນນາເມືອງ : ຕັ້ງ​ຫ່າງ​ຈາກ​ບ້ານ​ນາ​ເມືອງ ປະມານ 1 ກິ​ໂລ​ແມັດ ​ແລະ ຫ່າງ​ຈາກ​ເທດສະບານ​ແຂວງ 22 ກິ​ໂລ​ແມັດ​​. ເປັນບໍ່ນໍ້າອຸ່ນທໍາມະຊາດ ທີ່ມີຄວາມຮ້ອນ ສົມຄວນ. ເປັນແຫຼ່ງທ່ອງທ່ຽວ ທີ່ມີຄວາມງາມ ແລະ ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວພາຍໃນ ເພາະຕັ້ງຢູ່ບໍ່ໄກຈາກ ເທດສະບານແຂວງ, ລົດ​ໃຫ່ຍ ແລະ ລົດຈັກ​ສາມາດ​ເຂົ້າ​ເຖິງ, ມີ​ອ່າງ​ອາບ-ແຊ່ ​ແລະ ອ່າງ​ອາບ​ກາງ​ແຈ້ງ​ສຳລັບ​ຊາວບ້ານ.
--------------------------------------------------------------------------------------------------
  >>ເມືອງ ວຽງໄຊ ເປັນອະດີດສູນບັນຊາ ການໃຫຍ່ຂອງກຸ່ມຜູ້ນຳຂະບວນການປະ ເທດລາວ ມີຫມູ່ບ້ານຊົນພື້ນເມືອງຫຼາກ ຫຼາຍວັດທະນະທຳ, ທັງເປັນດິນແດນທີ່ ງົດງາມ ແລະ ພິລະອາດຫານ ທິວທັດ ທຳມະຊາດພູຜາປ່າໄມ້ ທີ່ຂຽວສົດງົດງາມ ແລະ ທົ່ງນາຍາວຢຽດທອດໄປຕາມແນວ ພູຜາ ເປັນສິ່ງສວຍງາມຍິ່ງ ແລະ ຍັງເປັນທີ່ ຕັ້ງທາງປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ທີ່ເຂົ້າມາຮຸກຮານດິນ ແດນແຫ່ງນີ້ເດີມມີຊື່ວ່າ ທົ່ງນາໄກ່ ເນື່ອງຈາກໃນເຂດນີ້ມີໄກ່ປ່າຫລວງຫລາຍ ພາຍຫລັງ ສົງຄາມໄດ້ຍຸຕິລົງ ທົ່ງນາໄກ່ ໄດ້ປ່ຽນຊື່ມາເປັນ ເມືອງ ວຽງໄຊ ປະກອບດ້ວຍ 4 ບ້ານ ທິດເໜືອ ແມ່ນ ບ້ານ ລ່ອງກູ້ ທິດໃຕ້ຄື ບ້ານ ຊຽງຊື້ ແລະ ບ້ານ ນາໄກ່ໃຕ້, ທິດຕະເວັນ ຕົກສຽງເໜືອຄືບ້ານ ບັກ ແລະ ບ້ານ ນາໄກ່ເໜືອຢູ່ໃຈກາງ ທິດເໜືອຕິດພູແຕ້ມ ທິດໃຕ້ ຕິດພູແຄທິດຕະເວັນຕົກຕິດສາຍພູຂຽວ ທິດຕະເວັນອອກຕິດ ທາງເລກທີ 16 ສະຖານ ທີ່ແຫ່ງນີ້ເປັນພູຜາຫິນເຕັມໄປດ້ວຍຖ້ຳທຳມະຊາດລວມເຖິງ 102 ຖ້ຳ ປະກອບດ້ວຍຖ້ຳ ສຳຄັນຫຼາຍຖ້ຳດັ່ງນີ້:
1. ຖ້ຳທ່ານ ໄກສອນ ພົມວິຫານ : ຖ້ຳທ່ານ ໄກສອນ ພົມວິຫານ ຕັ້ງຢູເທດສະບານ ເມືອງວຽງໄຊ, ຖ້ຳທ່ານ ໄກສອນ ພົມວິຫານ ຊື່ວ່າ ຖ້ຳຜາຫານ, ທ່ານ ໄກສອນ ແລະ ຄອບຄົວ ເພິ່ນໄດ້ເຂົ້າມາຢູ່ຖ້ຳແຫ່ງນີ້ ໃນປີ 1964 - 1973 ໃນເວລານັ້ນ ທ່ານ ໄກສອນ ພົມວິຫານ ເປັນກົມການເມືອງສູນກາງພັກ, ເລຂາທິການໃຫ່ຍ ຂອງພັກປະຊາຊົນປະຕິວັດລາວ, ທັງເປັນນາຍຍົກລັດຖະມົນຕີ ຄົນທຳອິດຂອງລາວ. ລົດໃຫຍ່, ລົດຈັກ ສາມາດໄປມາສະດວກ, ມີຫ້ອງວາງສະແດງ ຮູບພາບ, ມີຫ້ອງຂໍ້ມູນ, ມີຫ້ອງນ້ຳ ແລະ ມີເຄື່ອງ Audio-Tour. ພາຍໃນເທດສະບານ ມີຕະຫຼາດ, ມີຮ້ານອາຫານ ແລະ ຮ້ານກິນດື່ມ.
2. ຖ້ຳທ່ານ ສຸພານຸວົງ : ຕັ້ງຢູ່ເທດສະບານ ເມືອງວຽງໄຊ, ຖໍ້າທ່ານ ຄຳໄຕ ສີພັນດອນ ຊື່ຖ້ຳຜາບ່ອງ, ທ່ານໄດ້ເຂົ້າໄປອາໄສຢູ່ ຖ້ຳແຫ່ງນີ້ ໃນປີ 1964 - 1973 ເວລານັ້ນ, ທ່ານເປັນກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ. ລົດໃຫ່ຍ, ລົດຈັກສາມາດໄປມາສະດວກ, ມີເຄື່ອງ Audio-Tour ແລະ ມີຫ້ອງນ້ຳ.
3ຖ້ຳທ່ານ ໜູຮັກ ພູມສະຫວັນ ຊຶ່ງທ່ານ ຫນູຮັກ ພູມສະຫວັນ ໄດ້ເຂົ້າ ມາອາໄສຢູ່ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973 ແລະ ດຳລົງຕຳແຫນ່ງເປັນ ກົມການເມືອງສູນກາງພັກ, ເປັນລັດຖະມົນຕີກະຊວງການເງິນ. 
4. ຖ້ຳທ່ານ ພູມີ ວົງວິຈິດ : ຖ້ຳນີ້ມີຊື່ ວ່າ: ຖ້ຳລວກຟາດ, ທ່ານ ພູມີ ວົງວິຈິດໄດ້ເຂົ້າໄປອາໄສຢູ່ຖ້ຳແຫ່ງນີ້ ໃນໄລຍະປີ 1964 - 1973 ເວລານັ້ນທ່ານເປັນກົມການ ເມືອງສູນ ກາງພັກ, ລັດຖະມົນຕີກະຊວງສຶກສາ ແລະສາທາລະນະສຸກ. 
5. ຖ້ຳທ່ານ ຄຳໄຕ ສີພັນດອນ : ຖ້ຳນີ້ມີຊື່ ວ່າ: ຖ້ຳຜາບ່ອງ, ທ່ານໄດ້ເຂົ້າ ໄປອາໄສຢູ່ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973. ເວລານັ້ນທ່ານເປັນກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ.
6. ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ : ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ. ຖໍ້າທ່ານ ສີສະຫວາດ ແກ້ວບຸນພັນ ແມ່ນຖ້ຳກໍຄາຍ, ເພິ່ນໄດ້ໄປອາໄສຢູ່ຖ້ຳແຫ່ງນີ້ ໃນປີ 1964 -1973 ເວລານັ້ນ, ທ່ານເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ. 
7. ຖ້ຳທ່ານ ສີທົນ ກົມມະດຳ : ຕັ້ງຢູ່ດ້ານຫຼັງ ຖ້ຳທ່ານ ພູມີ ວົງວິຈິດ, ຫ່າງຈາກເທດສະ ບານເມືອງວຽງໄຊ ປະມານ 200 ແມັດ. ລົດໃຫ່ຍ, ລົດຈັກ ສາມາດເຂົ້າໄປ ເຖິງບໍລິເວນຖ້ຳ.
8.ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ : ຕັ້ງຫ່າງຈາກເທດສະບານ ເມືອງວຽງໄຊ ປະມານ 2 ກິໂລແມັດ. ມີທາງລົດຜ່ານໜ້າຖ້ຳ. ຖ້ຳ ທ່ານ ໄຟດ່າງ ລໍເບຼຍຢາວ ຊື່ຖ້ຳເງີິນ. ໃນປີ 1964-1973 ທ່ານ ໄຟດ່າງ ລໍເບຼຍຢາວ ເປັນກຳມະການ ແນວລາວຮັກຊາດ. 
9.ຖ້ໍາທ່ານ ພູນ ສີປະເສີດ : ຕັ້ງຢູ່ເທດສະບານ ເມືອງວຽງໄຊ. ສາມາດຍ່າງທ່ຽວຊົມໄດ້. ຖ້ຳທ່ານ ພູນ ສີປະເສີດ ຊື່ຖ້ຳຍ່ອງຊອງ ເພິ່ນໄດ້ອາໄສຢູ່ຖ້ຳແຫ່ງນີ້ ໃນປີ 1964 -1965 ເຖິງປີ 1973 ເວລານັ້ນ ທ່ານເປັນກົມການເມືອງສູນກາງພັກ. 
10. ຖ້ໍາຊ້າງລອດ : ເຊິ່ງໃນໄລຍະແຫ່ງການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃຫມ່ ແລະ ລູກມືແຕ່ປີ 1964 - 1973, ກອງບັນຊາການສູງສຸດຂອງກອງທັບປະຊາຊົນລາວ ພາຍໃຕ້ການບັນຊາຂອງທ່ານ ຄຳໄຕ ສີພັນດອນ ມີສຳນັກງານຕັ້ງຢູ່ໃນຖ້ຳທີ່ໃຫຍ່ທີ່ສຸດຂອງເຂດສູນກາງນາໄກ່, ຖ້ຳຊ້າງລອດ. ຊື່ນີ້ມີຄວາມຫມາຍວ່າ: ຖ້ຳນີ້ກວ້າງ ໃຫຍ່ຈົນວ່າຝູງຊ້າງສາມາດລອດຜ່ານໄດ້, ຖ້ຳແຫ່ງນີ້ເປັນບ່ອນຢູ່ອາໄສທີ່ກວ້າງຂວາງປະກອບດ້ວຍບັນດາອຸໂມງ ໃຕ້ດິນທີ່ເຊື່ອມຕໍ່ເຂົ້າກັນ, ໃນລະດູຝົນຈະມີນ້ຳ ໄຫຼຜ່ານສຽດເຊາະອຸໂມງຫີນເຫຼົ່ານີ້ໃນໄລຍະສົງຄາມ, ຢູ່ແຫ່ງນີ້ ແມ່ນມີທະຫານເປັນພັນໆຄົນ, ໃນນັ້ນລວມທັງຈຳນວນຜູ້ທີ່ຜ່ານໄປມາ ເພື່ອອອກສູ່ແນວຫນ້າ ແລະ ຜູ້ຢູ່ປະຈຳ ທີ່ເພື່ອປະຕິບັດຫນ້າທີ່ປ້ອງກັນທີ່ຫມັ້ນວຽງໄຊ.
      ນອກນັ້ນຍັງມີຖ້ຳປະຫວັດສາດອີກຫລາຍແຫ່ງ ໂດຍສະເພາະແມ່ນຖ້ຳຂະແໜງການຕ່າງໆ ຂອງສູນກາງ ແລະ ແຂວງ ທີ່ອາໄສຢູ່ສະໄໝສົງຄາມ ເຊັ່ນ: ຖ້ຳລຸງມາ (ເຈົ້າແຂວງ), ຖ້ຳໂຮງໝໍທະຫານ, ຖ້ຳຮັບແຂກ, ຖ້ຳນຳເຂົ້າ-ສົ່ງອອກ, ຖ້ຳວິທະຍຸ ແລະ ຖ້ຳອື່ນໆ ເຊິ່ງເປັນເຂດທີ່ມີ ທີວທັດທຳມະຊາດສວຍງາມ,

   ນ້ຳຕົກຕາດນ້ຳນົ່ວ : ຖືເປັນນ້ຳຕົກຕາດທຳມະຊາດທີ່ໜ້າທ່ຽວຊົມທີ່ສຸດອີກແຫ່ງໜຶ່ງຂອງເມືອງວຽງໄຊ ແຂວງຫົວພັນ ເພາະເປັນນ້ຳຕົກຂະໜາດໃຫຍ່ມີສອງຊັ້ນແຕ່ລະຊັ້ນລ້ວນແຕ່ມີຄວາມສູງເວລາສາຍນ້ຳ¬ຕົກໄຫຼສາດໃສ່ວັກລຸ່ມແລ້ວໄຫຼລົງມາຕາມລຳທານນ້ອຍເບິ່ງແລ້ວເປັນພາບສວຍງາມໜ້າຕື່ນຕາຕື່ນໃຈ ຍິ່ງເມື່ອໄດ້ໄປຢືນໃກ້ນ້ຳຕົກສູບດົມອາກາດອັນບໍລິສຸດແລ້ວ ຍິ່ງສ້າງຄວາມປະທັບໃຈບໍ່ໜ້ອຍບໍ່ພຽງເທົ່ານີ້ ບໍລິເວນອ້ອມຮອບນ້ຳຕົກຍັງເຕັມໄປດ້ວຍຕົ້ນໄມ້ນາໆຊະນິດຂຽວກະຈີ ສົ່ງຜົນໃຫ້ໃນແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ  ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ.

   ນ້ຳຕົກຕາດທີ່ວ່ານີ້ ຕັ້ງຢູ່ກິໂລແມັດທີ 22 ລະຫວ່າງທາງຈາກຊຳເໜືອວຽງໄຊ ແລະ ຫ່າງຈາກຖ້ຳນົກແອນປະມານ 1 ກິໂລແມັດ, ທິດເໜືອຕິດກັບບ້ານສາມັກຄີ, ທິດໃຕ້ຕິດກັບບ້ານວັງໄຫ, ທິດຕາເວັນຕົກ ຕິດກັບບ້ານຫາງລອງ, ທິດຕາເວັນອອກ ຕິດກັບບ້ານນາແທນ, ສ່ວນການເດີນທາງໄປຍັງນ້ຳຕົກນັ້ນ ແມ່ນຕ້ອງໄດ້ເຊົ່າລົດຈັກ ຫຼື
ລົດໂດຍສານຮັບຈ້າງຈາກເມືອງຊຳເໜືອໄປເມືອງວຽງໄຊ (ກໍລະນີຜູ້ທີ່ບໍ່ໄດ້ເອົາລົດສ່ວນຕົວໄປ) ຫຼັງຈາກນັ້ນ ຍ່າງເຂົ້າໄປໃນປ່າອີກປະມານ 3 ກິໂລແມັດ ກໍຈະເຖິງຈຸດໝາຍແຕ່ລະຫວ່າງທາງບາງໄລຍະເປັນໜ້າຜາສູງຊັນ ແລະ ເປັນປ່າຮົກ ຄວນລະວັງໃນການເດີນທາງບໍລິເວນໃກ້ຄຽງນ້ຳຕົກນັ້ນບໍ່ມີຮ້ານອາຫານ ຫຼື ເຄື່ອງຂາຍ ເພາະການທ່ອງທ່ຽວເມືອງວຽງໄຊຍັງເປັນທຳມະຊາດລ້ວນໆ ສະນັ້ນ ນ້ຳດື່ມ ແລະ ອາຫານຕ້ອງໄດ້ກະກຽມໄປຕັ້ງແຕ່ຕົ້ນທາງ.

ພະທາດ 2 ຕົ້ນບ້ານກ້າງທາດ

ຕັ້ງ​ຢູ່​ບ້ານ​ກ້າງ​ທາດ ຫ່າງ​ຈາກ​ເທດສະບານ ​ເມືອງ​ວຽງ​ໄຊ 27 ກິ​ໂລ​ແມັດ ​ແລະ ຫ່າງ​ຈາກ​ເທດສະບານ​ແຂວງ 58 ກິ​ໂລ​ແມັດ. ລົດ​ໃຫ່ຍ ແລະ ລົດຈັກ ​ສາມາດ​ໄປ​ມາໄດ້ສະ​ດວກ. 
---------------------------------------------------------------------------------------------------
>> ເມືອງ ຊຳໃຕ້

ບ້ານຫັດຖະກຳຕ່ຳຫູກ ບ້ານຊຳໃຕ້ ຕັ້ງຢູ່ຫ່າງຈາກເທດສະບານ ເມືອງຊໍາໃຕ້ 1 ກິໂລແມັດ. ບ້ານຊໍາໃຕ້ ເປັນບ້ານຊົນເຜົ່າລາວລຸ່ມ, ນັບຖືສາສະໜາພຸດ, ເປັນບ້ານທີ່ມີມູນເຊື້ອດຸໝັ່ນ, ຂະຫຍັນພຽນໃນການຕ່ຳຫູກ, ມີຊື່ສຽງ ມີຄວາມເປັນເອກກະລັກ ດ້ານລວດລາຍສີໄມ້ລາຍມື ແລະ ເປັນທີ່ຮູ້ຈັກຂອງແຂກ ທັງພາຍໃນ ແລະ ຕ່າງປະເທດ. ການໄປເຖິງບ້ານນີ້ ອາດຈະຍ່າງ, ຂີ່ລົດຈັກ, ລົດໃຫຍ່ ກໍາໄດ້.

No comments:

Post a Comment

ກ່ຽວກັບແຂວງຫົວພັນ

Provinces ...